2008 LMA | News
Set as Homepage | Date : 9/4/2010 7:02:08 PM

Statistics
Total Visited: 9630
User Online: 4
Max User Online: 14
LMA Soundtrack

1. ເພງ: ເພງຮັກແທ້ (..ຄືເຈົ້າ)
  ອາລະບ້ຳ : LMA 2008

2. ເພງ: ເພງລໍສາຍ
  ອາລະບ້ຳ : LMA 2008

3. ເພງ: ຟັງເພງລໍສາຍ ໃຫ້ຫາຍຄິດຮອດ
  ອາລະບ້ຳ : LMA 2008

 
ຂ່າວສານ ແລະ ເຫດການ

Finalists announced in first Lao Music Awards
Judges have announced the four finalists in each of 14 categories of the Lao Music Awards ahead of the awards ceremony on July 26 at the National Culture Hall when the winners will be announced.

ລາວ ມິວສິກອະວອດ ເລືອກໄດ້ 4 ອັນດັບສຸດທ້າຍແລ້ວ
ໂຄງການລາວ ມິວສິກອະວອດໄດ້ຖະແຫຼງຂ່າວໄປແລ້ວແຕ່ວັນທີ 2 ພຶດສະພາ 2008 ຫຼັງຈາກນັນ ຄະນະຈັດຕັ້ງງານ ແລະຄະນະກຳມະການກໍໄດ້ສັງຮວມເອົາບັນດາຜົນງານທີ່ນັກສິລະປິນ ແລະຄ້າຍເພງຕ່າງໆ ສົ່ງເຂົ້າມານັ້ນ ໄປພິຈາລະນາເປັນເວລາຫຼາຍວັນ. ມາຮອດວັນທີ 31 ພຶດສະພາ 2008 ຄະນະກຳມະການຈຶ່ງໄດ້ເປີດກອງປະຊຸມປຶກສາຫາລື ຕັດສິນເອົາ 4 ອັນດັບສຸດທ້າຍໃນແຕ່ລະລາງວັນ ແລະໃນຕອນແລງຂອງມື້ດຽວກັນກໍໄດ້ຈັດພິທີຖະແຫຼງຂ່າວຜົນຂອງການຕັດສິນໃນທັນທີ ເຊິ່ງລາຍລະອຽດຂອງ 4 ອັນດັບສຸດທ້າຍໃນແຕ່ລະລາງວັນມີດັ່ງນີ້:

“ກິນຟຣີ ທ່ຽວຟຣີ” ກັບ Close-up ທ່ອງທ່ຽວທົ່ວນະຄອນຫລວງວຽງຈັນ
“ກິນຟຣີ ທ່ຽວຟຣີ” ທັນທີ 2 ລາງວັນ, ລາງວັນລະ 2 ທີ່ນັ່ງ ແລະເພີດເພີນຮ່ວມກິນຮ່ວມທ່ຽວກັບສິລະປິນໃນດວງໃຈແບບ Close-up ເປັນເວລາ 3 ມື້ 2 ຄືນ

ຖະແຫຼງຂ່າວ ລາວມິວສິກອະວອດ 2008
ງານປະກາດລາງວັນ ລາວ ມິວສິກ ອະວອດ ເປັນງານທີ່ຈະໄດ້ຈັດຂຶ້ນ ທຸກໆ ປີ ເຊິ່ງເປັນງານທີ່ປະກາດມອບຂອງລາງວັນໃຫ້ແກ່ຜູ້ສ້າງສັນຜົນ ງານເພງດີເດັ່ນປະຈຳແຕ່ລະປີ ເພື່ອເປັນຂວັນກຳລັງໃຈໃຫ້ແກ່ນັກຮ້ອງ, ນັກປະພັນ ແລະຜູ້ຜະລິດຜົນງານເພງ ອອກສູ່ສັງຄົມ. ງານດັ່ງກ່າວນັ້ນ ໄດ້ຖະແຫຼັງຂ່າວຢ່າງເປັນທາງການໄປແລ້ວ ເມື່ອວັນທີ 2 ພຶດສະພາ 2008 ທີ່ໂຮງແຮມ ລາວ ພລາຊ່າ ນະຄອນຫຼວງວຽງຈັນ.

ລາງວັນ ທີ່ຈະມອບໃນງານ ລາວ ມິວສິກອະວອດ 2008
ຄືດັ່ງທີ່ໄດ້ຖະແຫຼງຂ່າວໄປແລ້ວ ເມື່ອວັນທີ 2 ພຶດສະພາ 2008 ທີ່ໂຮງ ແຮມ ລາວ ພລາຊ່າ ວຽງຈັນ ວ່າ ປະເພດລາງວັນຕ່າງໆ ທີ່ຈະມອບໃນ ງານດັ່ງກ່າວນັ້ນມີ 14 ລາງວັນ ຄື:

ຂັ້ນຕອນການຄັດເລືອກຜູ້ທີ່ຈະໄດ້ຮັບລາງວັນ
ເພື່ອເຮັດໃຫ້ການໃຫ້ລາງວັນເຕັມໄປດ້ວຍມາດຕະຖານແລະຄວາມເປັນຈິງ ທີ່ສຸດ ຄະນະຈັດຕັ້ງໂຄງການ ລາວ ມິວສິກອະວອດ ໄດ້ກຳນົດຂັ້ນຕອນການ ຄັດເລືອກຜູ້ທີ່ຈະໄດ້ເຂົ້າຮັບຂັນລາງວັນ ລາວ ມິວສິກ ອະວອດ ອອກເປັນ 3 ຂັ້ນຕອນສຳຄັນດັ່ງນີ້:

ຕິດຕາມຄວາມຄືບໜ້າຂອງງານ ລາວ ມິວສິກອະວອດ
ທ່ານສາມາດຕິດຕາມຄວາມຄືບໜ້າຂອງງານລາວມິວສິກ ອະວອດ 2008 ໄດ້ຫຼາຍທາງຄື: - www.laomusicawards.com - ໂທລະພາບລາວທຸກຊ່ອງ - ວິທະຍຸກະຈາຍສຽງທຸກຄື້ນ - ວາລະສານ, ໜັງສືພິມ ແລະສື່ສິ່ງພິມອື່ນໆ - VTR ທີ່ຈະຕິດຕັ້ງຢູ່ ຕະຫຼາດເຊົ້າ ຊັອບປິງມໍ, ສູນການຄ້າ ລາວ ໄອເຕັກ ແລະເຊັນເຕີພ໋ອຍ.

ມື້ປະກາດລາງວັນ
ງານປະກາດລາງວັນ ແມ່ນຈະໄດ້ຈັດຂຶ້ນທີ່ຫໍວັດທະນະທຳ ໃນວັນທີ 26 ກໍລະກົດ 2008, ການເຂົ້າງານໃນມື້ນັ້ນ ແມ່ນພຽງແຕ່ນຳເອົາສະຫຼາກສິນ ຄ້າຂອງຜູ້ສະໜັບສະໜຸນງານມາປ່ຽນເອົາບັດຜ່ານປະຕູ. ໃນມື້ງານຈະມີເວ ທີທາງນອກ ແລະທາງໃນຫໍວັດທະນະທຳ ເຊິ່ງແຕ່ລະເວທີແມ່ນຈະມີກິດຈະ ກຳຢ່າງຫຼວງຫຼາຍເຊັ່ນ:

ຄາດໝາຍຜົນທີ່ຈະໄດ້ຮັບຈາກການຈັດງານ
ງານ ລາວ ມິວສິກ ອະວອດ ໃນຄັ້ງນີ້ ໄດ້ມີການຄາດໝາຍຜົນທີ່ໄດ້ຮັບ ໄວ້ວ່າ ຈະສາມາດຢັ້ງຢືນເຖິງຄຸນນະພາບມາດຕະຖານຂອງຜົນງານເພງ, ຜົນງານລຳ ເຮັດໃຫ້ວົງການສິລະປະວັນນະຄະດີຂອງລາວຊາວລາວ ແລະຕ່າງປະເທດ, ສາມາດກະຕຸກຊຸກຍູ້ໃຫ້ນັກປະດິດແຕ່ງ, ນັກຮ້ອງ ຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນຄົນຮຸ້ນໜຸ່ມຫັນມາຫຼິ້ນດົນຕີ ໃຫ້ຫຼາຍຂຶ້ນ ເພື່ອຫ່າງໄກຈາກສິ່ງອະບາຍຍະມຸກ.

ນັກຮ້ອງສາວສຽງໃສ “ຄຣີມ ທິດາສະຫວັນ” ຮ່ວມງານກັບຄ້າຍເພງທີ່ປະເທດໄທ
ນອກຈາກຈະມີພອນສະຫວັນທາງດ້ານການຮ້ອງເພງແລ້ວ ຄຣີມ ທິດາສະຫວັນ ຍັງມີຄວາມ ສາມາດຫຼາຍຢ່າງ ແລະປັດຈຸບັນ ຄຣີມ ກໍໄດ້ມີທຸລະກິດສ່ວນຕົວນຳອີກ. ເພງ “ໂມຄະ” ແມ່ນເພງທີ່ເຮັດໃຫ້ ຄຣີມ ທິດາສະຫວັນ ເປັນທີ່ຮູ້ຈັກຂອງປະຊາຊົນລາວ ແລະ ສຽງໃສໆຂອງນັກຮ້ອງສາວສະຫວັນຄົນນີ້ ກໍໄດ້ເຮັດໃຫ້ ທີມງານ Pop Star ເຊິ່ງເປັນຄ້າຍເພງທີ່ສັງກັດຢູ່ປະເທດໄທເກີດຄວາມສົນໃຈ ຈຶ່ງ ໄດ້ມາທາບທາມນັກຮ້ອງສາວໃຫ້ໄປຮ່ວມງານກັບທາງຄ້າຍເພງ.

First Lao Music Awards Set to rock industry
The first ever Lao Music Awards will be held this summer in the capital, to promote the work of the local music industry and to acknowledge the wealth of quality Lao songs, singers and culture to organize the first ever Lao Music Awards. “We will present awards for our best songs and artists, as well as those working behind the scenes, during this, the first annual music awards in Laos,” said Sengdara Communications Director, Mr. Viroun Sengdara.

ລາງວັນ ລາວ ມິວສິກ ອະວອດ
ປີ 2008 ນີ້ຈະເປັນປີທີ່ພິເສດສຸດສຳລັບວົງການເພງໃນປະເທດລາວຂອງພວກເຮົາ ເນື່ອງຈາກໃນປີນີ້ທາງບໍລິສັດ ແສງດາລາຄອມມູນີເຄຊັ່ນ ທີ່ເປັນທີມງານດຽວກັບຜູ້ຜະລິດໜັງສື ມະຫາຊົນ ຈະໄດ້ຈັດການມອບລາງວັນໃຫ້ກັບເພງລາວທີ່ບໍ່ເຄີຍມີການຈັດຂຶ້ນມາກ່ອນ. ການມອບລາງວັນທາງດົນຕີນີ້ແມ່ນຈະຊ່ວຍສົ່ງເສີມອຸດສະຫະກຳທາງດ້ານດົນຕີ ໂດຍການໃຫ້ລາງວັນກັບນັກຮ້ອງດີເດັ່ນ, ບັນດາສິລະປິນ ແລະ ນັກປະພັນເພງຈາກຄວາມສຳເລັດຂອງພວກເຂົາ.

ງານ ລາວ ມິວສິກອະວອດ 2008
ປັດຈຸບັນ ວົງການເພງ ບ້ານເຮົາມີການພັດທະນາຂຶ້ນຫຼາຍ ເຊິ່ງເຫັນໄດ້ຈາກແນວເພງທີ່ຫຼາກຫຼາຍ ບໍ່ວ່າຈະເປັນ ເພງ ຮິບຮັອບ, ເພງ ປັອບ, ເພງ ຣັອກ ແລະອື່ນໆອີກ, ລວມທັງເພງລູກທົ່ງບ້ານນາ ກໍໄດ້ມີການປັບປຸງປ່ຽນແປງໃຫ້ມີຄວາມທັນຍຸກທັນສະໄໝ ເຊິ່ງມັນໄດ້ເຮັດໃຫ້ວົງການເພງບ້ານເຮົາມີສີສັນຂຶ້ນຫຼາຍ. ເນື່ອງຈາກເຫັນໄດ້ເຖິງການພັດທະນາທີ່ບໍ່ຢຸດຢັ້ງຂອງເພງ ລາວ, ດັ່ງນັ້ນ ກະຊວງຖະແຫຼງຂ່າວແລະວັດທະນະທຳ ຮ່ວມກັບຫຼາຍໆພາກສ່ວນຈຶ່ງໄດ້ພ້ອມກັນຈັດງານ ລາວ ມິວສິກອະວອດ 2008 ນີ້ຂຶ້ນມາ ເພື່ອເປັນການປະກາດກຽດຕິຍົດໃຫ້ແກ່ບັນດານັກປະພັນເພງ, ນັກສິລະປິນ ທີ່ໄດ້ສ້າງຜົນງານອອກສູ່ສັງຄົມ.