 |
Statistics |
|
| Total Visited: 9633 |
| User Online:
4 |
| Max User Online:
14
|
|
 |
LMA Soundtrack |
|
|
|
|
|
|
|
ຖະແຫຼງຂ່າວ ລາວມິວສິກອະວອດ 2008
ງານປະກາດລາງວັນ ລາວ ມິວສິກ ອະວອດ ເປັນງານທີ່ຈະໄດ້ຈັດຂຶ້ນ
ທຸກໆ ປີ ເຊິ່ງເປັນງານທີ່ປະກາດມອບຂອງລາງວັນໃຫ້ແກ່ຜູ້ສ້າງສັນຜົນ
ງານເພງດີເດັ່ນປະຈຳແຕ່ລະປີ ເພື່ອເປັນຂວັນກຳລັງໃຈໃຫ້ແກ່ນັກຮ້ອງ,
ນັກປະພັນ ແລະຜູ້ຜະລິດຜົນງານເພງ ອອກສູ່ສັງຄົມ. ງານດັ່ງກ່າວນັ້ນ
ໄດ້ຖະແຫຼັງຂ່າວຢ່າງເປັນທາງການໄປແລ້ວ ເມື່ອວັນທີ 2 ພຶດສະພາ
2008 ທີ່ໂຮງແຮມ ລາວ ພລາຊ່າ ນະຄອນຫຼວງວຽງຈັນ.
ປະເທດລາວ ໄດ້ຊື່ວ່າເປັນປະເທດທີ່ອຸດົມຮັ່ງມີໄປດ້ວຍວັດທະນະທຳ, ຮີດຄອງປະເພນີ ແລະສິລະປະວັນນະຄະດີຕ່າງໆ. ພາຍຫຼັງທີ່ປະເທດ
ຊາດຂອງພວກເຮົາໄດ້ສະຖາປະນາຂຶ້ນມາ, ວົງການສິລະປະຂະແໜງນີ້
ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ແລະກໍມີການຂະຫຍາຍຕົວຢ່າງ
ແຂງແຮງ ເຊິ່ງເຫັນໄດ້ຈາກການກຳເນີດຂຶ້ນຂອງບັນດາຄ້າຍເພງ, ວົງດົນ
ຕີ ແລະສິລະປິນ ພ້ອມທັງມີຄຸນະພາບມາດຖານແລະເປັນທີ່ນິຍົມຊົມຊອບ
ຈາກຜູ້ຟັງທັງພາຍໃນແລະຕ່າງປະເທດ.
ບາງຕອນຂອງການຖະແຫຼງຂ່າວ ທ່ານ ວິລຸນ ແສງດາລາ ອຳນວຍການ
ບໍລິສັດ ແສງດາລາ ຄອມມູນິເຄຊັ່ນ ຜູ້ຈັດຕັ້ງງານ ໄດ້ກ່າວວ່າ “ໂດຍປະຕິ
ບັດຕາມແນວທາງນະໂຍບາຍ ການປ່ຽນແປງໃໝ່ຢ່າງຮອບດ້ານ ຂອງພັກ
ແລະລັດຖະບານລາວ, ຂະແໜງສິລະປະ ວັນນະຄະດີ ໄດ້ຮັບການຊຸກຍູ້ສົ່ງ
ເສີມຈາກທັງພາກລັດ ແລະເອກະຊົນ. ເຊິ່ງຜົນງານດັ່ງກ່າວ ພວກເຮົາເຫັນ
ໄດ້ຈາກການເກີດຂຶ້ນຂອງວົງດົນຕີ ແລະນັກສິລະປິນນັບມື້ນັບຫຼາຍຂຶ້ນ.
ເຖິງແນວໃດກໍຕາມ, ສິລະປະຂະແໜງນີ້ຍັງມີການພັດທະນາໄປດ້ວຍໂຕ
ຂອງມັນເອງ. ຍ້ອນແນວນັ້ນ ຈຶ່ງເຮັດໃຫ້ນັກປະພັນແລະສິລະປິນນັກນຮ້ອງ
ໝໍລຳ ບາງຄົນບໍ່ມີເງື່ອນໄຂທີ່ຈະໄດ້ນຳສະເໜີຜົນງານ ຈາກພອນສະຫວັນ
ແລະຄວາມສາມາດດີໆ ຂອງຕົນອອກສູ່ສັງຄົມໄດ້.
ປັດຈຸບັນ ນັກສິລະປະດົນຕີບ້ານເຮົາກໍມີຄວາມສາມາດທຽບເທົ່າກັບສາກົນ
ໄດ້ແລ້ວ ຖ້າຫາກມີກິດຈະກຳດີໆ ຫຼືມີຜູ້ສະໜັບສະໜູນເຂົາເຈົ້າ, ເພາະໄລ
ຍະທີ່ຜ່ານມາ ສິລະປະດົນຕີຂອງບ້ານເຮົາກໍໄດ້ຮັບຄວາມນິຍົມຈາກຜູ້ຟັງ
ຢ່າງໜ້າເພິ່ງພໍໃຈ. ເຊິ່ງເຮົາເຫັນໄດ້ວ່າ ເພງລາວ ລຳລາວ ໄດ້ຮັບຄວາມນິຍົມ
ບໍ່ສະເພາະແຕ່ພາຍໃນປະເທດ ແຕ່ຢູ່ບັນດາປະເທດໃກ້ຄຽງ ລວມທັງບັນດາປະ
ເທດທີ່ມີຄົນລາວອາໄສຢູ່ ເຂົາເຈົ້າກໍນິຍົມຟັງເຊັ່ນດຽວກັນ.
ດັ່ງນັ້ນ, ງານປະກາດຜົນລາງວັນ ລາວ ມິວສິກອະວອດ 2008 ຈຶ່ງເປັນ
ແນວຄວາມຄິດທີ່ຈະກະຕຸກຊຸກຍູ້ ເຮັດໃຫ້ນັກປະດິດຄິດແຕ່ງ ແລະສິລະປິນ
ນັກຮ້ອງ ໄດ້ພັດທະນາໂຕເອງ ເພື່ອກ້າວສູ່ມາດຖານສາກົນຢ່າງບໍ່ຢຸດຢັ້ງ”. ນອກຈາກນັ້ນທ່ານຍັງໄດ້ເຊີນຊວນບັນດາ ບໍລິສັດ ຫົວໜ່ວຍທຸລະກິດຕ່າງໆ
ເຂົ້າຮ່ວມສົ່ງເສີມສິລະປິນ ແລະສ້າງສັນຜົນງານເພງຄຸນນະພາບກ້າວສູ່ເວທີ
ສາກົນ.
Posted on: 09-May-08 By: Sack
|
|
|
|