2008 LMA | News
Set as Homepage | Date : 9/6/2010 7:39:10 AM

Statistics
Total Visited: 10188
User Online: 4
Max User Online: 14
LMA Soundtrack

1. ເພງ: ເພງຮັກແທ້ (..ຄືເຈົ້າ)
  ອາລະບ້ຳ : LMA 2008

2. ເພງ: ເພງລໍສາຍ
  ອາລະບ້ຳ : LMA 2008

3. ເພງ: ຟັງເພງລໍສາຍ ໃຫ້ຫາຍຄິດຮອດ
  ອາລະບ້ຳ : LMA 2008

 
ລາວ ມິວສິກອະວອດ ເລືອກໄດ້ 4 ອັນດັບສຸດທ້າຍແລ້ວ

ໂຄງການລາວ ມິວສິກອະວອດໄດ້ຖະແຫຼງຂ່າວໄປແລ້ວແຕ່ວັນທີ 2 ພຶດສະພາ 2008 ຫຼັງຈາກນັນ ຄະນະຈັດຕັ້ງງານ ແລະຄະນະກຳມະການກໍໄດ້ສັງຮວມເອົາບັນດາຜົນງານທີ່ນັກສິລະປິນ ແລະຄ້າຍເພງຕ່າງໆ ສົ່ງເຂົ້າມານັ້ນ ໄປພິຈາລະນາເປັນເວລາຫຼາຍວັນ. ມາຮອດວັນທີ 31 ພຶດສະພາ 2008 ຄະນະກຳມະການຈຶ່ງໄດ້ເປີດກອງປະຊຸມປຶກສາຫາລື ຕັດສິນເອົາ 4 ອັນດັບສຸດທ້າຍໃນແຕ່ລະລາງວັນ ແລະໃນຕອນແລງຂອງມື້ດຽວກັນກໍໄດ້ຈັດພິທີຖະແຫຼງຂ່າວຜົນຂອງການຕັດສິນໃນທັນທີ ເຊິ່ງລາຍລະອຽດຂອງ 4 ອັນດັບສຸດທ້າຍໃນແຕ່ລະລາງວັນມີດັ່ງນີ້:

1. ລາງວັນນັກຮ້ອງດີເດັ່ນແຫ່ງປີ: ກ. ໄກສີ ວັງເວີນໂຂງ ຂ. ກິ ດາວເພັດ ໜູຫ່ວງ ຄ. ຕິ່ງ ໄພລາວັນ ງ. ຕົ້ນ ອານິລຸດ 2. ລາງວັນເພງດີເດັ່ນແຫ່ງປີ: ກ. ຄົນມືສອງ ຂອງ Cell ຂ. ເຈັບບໍ່ຈຳ ຂອງ ຕຸລີ່ ຄ. ລົມໜາວເດືອນຍີ່ ຂອງ ເດືອນ ວິລະດາ ງ. ລຳວົງສາລະວັນ ຂອງ ກິ ດາວເພັດ ໜູຫ່ວງ 3. ລາງວັນ ອາລະບ້ຳດີເດັ່ນແຫ່ງປີ: ກ. ຄຣີມ ຂ. ຫ້ອງຮຽນພິເສດເພື່ອໝົດທຸກຄົນ ຄ. Cells ງ. LOG 4. ລາງວັນນັກຮ້ອງຊາຍດີເດັ່ນແຫ່ງປີ: ກ. ຕົ້ນ ອານິລຸດ ຂ. ອານຸສອນ ຄ. ກິມມີ້ ງ. ແຊມ ອິນທະລະພິທັກ 5. ລາງວັນ ນັກຮ້ອງຍິງດີເດັ່ນແຫ່ງປີ: ກ. ອາເລັກຊານດຣ້າ ຂ. ວິໄລພອນ ວົງສາ ຄ. ອາລູນ່າ ງ. ນາລິນ 6. ລາງວັນນັກຮ້ອງຄູ່ຫຼືກຸ່ມດີເດັ່ນແຫ່ງປີ: ກ. Secret ຂ. ວອນວິໄລ+ຫົງສຳພາດ ຄ. ໄວຫວານ ງ. Modern dance ຈ. B-Hero 7. ລາງວັນນັກຮ້ອງນ້ອງໃໝ່ດີເດັ່ນແຫ່ງປີ: ກ. ຄຣີມ ທິດາສະຫວັນ ຂ. ແຊມ ອິນທະລະພິທັກ ຄ. ຕຸລີ່ ງ. ນາລິນ 8. ລາງວັນເພງລູກທົ່ງບ້ານນາດີເດັ່ນແຫ່ງປີ: ກ. ຄອຍນ້ອງມາຢາມ ຂອງ ບຸນເຫຼືອ ວາລິເດດ ຂ. ລຳວົງສາລະວັນ ຂອງ ກິ ດາວເພັດ ໜູຫ່ວງ ຄ. ເຂັນຝ້າຍຄອຍຊາຍ ຂອງ ເດືອນ ວິລະດາ ງ. ເຊີ້ງປະເພນີລາວ ຂອງ ກຸຫຼາບເມືອງເພຍ 9. ລາງວັນຂັບລຳດີເດັ່ນແຫ່ງປີ: ກ. ເຕີ້ຍຫົວດອນຕານ ຂອງ ອ້ອຍໃຈ ມາໄລຮັກ ຂ. ລຳສີພັນດອນ ຂອງ ວຽງພູໜູນິ້ມ ຄ. ລຳສາລະວັນ ຂອງ ມີ ມາລີວັນ ງ. ຂັບທຸ່ມຫຼວງພະບາງ ຂອງ ມີ ມາລີວັນ 10. ລາງວັນເພງປັອບດີເດັ່ນແຫ່ງປີ: ກ. ຄວາມຮູ້ສຶກບອກ ຂອງ ອາລູນ່າ ຂ. ໂມຄະ ຂອງ ຄຣີມ ທິດາສະຫວັນ ຄ. ຄິດຮອດ ຂອງ ຕຸລີ່ ງ. ເບົ້າບ້າໆ ຂອງ ນາລິນ 11. ລາງວັນເພງຣັອກດີເດັ່ນແຫ່ງປີ: ກ. ຫວານ ຂອງ Cell ຂ. ຢ່າເຮັດໃຫ້ຫວັ່ນໄຫວ ຂອງ Secret ຄ. ເນາະ ຂອງ ພັ້ງກີ້ດໍ ງ. ນາງຟ້າ ຂອງ Meduzia 12. ລາງວັນເພງຮິບຮັອບດີເດັ່ນແຫ່ງປີ: ກ. ອີ່ຫຍັງກະໄດ້ ຂອງ LOG ຂ. ສຸດຫຼໍ່ ມ4 ຂອງ LOG ຄ. ຖ່ານດຳ ຂອງ L-Zone ງ. ເປັນຫຍັງຕໍ່ກັນຂອງ ແຊມ ອິນທະລະພິທັກ 13. ລາງວັນນັກປະພັນດີເດັ່ນແຫ່ງປີ: ກ. ຕີ ອຸດາໄລ ຂ. ອະທິສັກ ລັດຕະນະວົງ (ສັກ Cell) ຄ. ຜິວພອນ ງ. ລິ່ງ ລັດສະໝີ (ລິ່ງ L-Zone) 14. ລາງວັນນັກຜະລິດເພງດີເດັ່ນແຫ່ງປີ: ກ. ໂນ້ ມະໂນໄຊ ຂ. ໝີ ສຸລິນທອນ ໃນນີ້ 3 ລາງວັນທຳອິດ ຄະນະກຳມະການຈະເປີດໃຫ້ ປະຊາຊົນຮ່ວມຕັດສິນໂດຍການໂຫວດຜ່ານກ່ອງເປົ່າຜະລິດຕະພັນຢາຖູແຂ້ວໃກ້ຊິດ (Close Up) ແລະ SMS ທາງເຄືອຂ່າຍທິໂກ (Tigo). ນອກຈາກ 3 ລາງວັນທຳອິດແລ້ວ ແມ່ນຄະນະກຳມະການຈະເປັນຜູ້ຄັດເລືອກຕໍ່ໄປ. ແລະເມື່ອໃກ້ຊິຮອດມື້ງານຕົວຈິງ, ຄະນະກຳມະການຈະມາປະຊຸມກັນອີກເທື່ອໜຶ່ງເພື່ອເລືອກເອົາ 1 ໃນ 4 ຂອງແຕ່ລະລາງວັນ ເຊິ່ງຈະເປັນຜູ້ທີ່ໄດ້ຮັບລາງວັນ ລາວ ມິວສິກ ອະວອດ 2008. ໂດຍທັງ 2 ຄັ້ງຂອງການຄັດເລືອກຜູ້ທີ່ຈະໄດ້ຮັບລາງວັນນີ້ ຈະມີບໍລິສັດ KPMG ເຊິ່ງເປັນ ບໍລິສັດ ກວດສອບບັນຊີ ເຂົາມາເປັນກຳມະການນັບຄະແນນ ເພື່ອເຮັດແນວໃດໃຫ້ການຕັດສິນມີຄວາມຖືກຕ້ອງແລະເປັນທຳທີ່ສຸດ. - ໂດຍ: ສົມສັກ ມະຫາຊົນ 202 8220 mahason_answers@hotmail.com

Posted on: 03-Jun-08 By: Sack